ຄຸນລັກສະນະພິເສດຂອງໄຟໂຊລ້າ ຫຼື ໄຟທີ່ໃຊ້ພະລັງງານແສງອາທິດຂອງ iNFINITY SOLAR
ຄຸນລັກສະນະພິເສດຂອງໄຟໂຊລ້າ ຫຼື ໄຟທີ່ໃຊ້ພະລັງງານແສງອາທິດຂອງ ເຮົາແມ່ນ:
- ໃຊ້ພະລັງງານໄຟທິ່ຜະລິດຈາກແສງອາທິດ 100% ເຊີ່ງຊ່ວຍປະຢັດຄ່າໄຟຟ້າ
- ເປີດ/ປິດດ້ວຍຕົວເອງ. ໄຟໂຊລ້າຈະປິດໃນຕອນເຊົ້າ (ເວລາທີ່ຖືກແສງຕາເວັນໃນຕອນເຊົ້າ) ຫຼື ຈາກແສງຈາກດອກໄຟທີ່ມີຄວາມສະຫວ່າງພໍ. ໄຟໂຊລ້າຈະເປີດດ້ວຍຕົວເອງຍາມຄໍ່າ ຫຼື ເປິດໃນເວລາທີ່ທ້ອງຟ້າມືດລົງ ເຊີ່ງບໍ່ຈໍາເປັນຕ້ອງແມ່ນຕອນຄໍ່າສະເໝີໄປ ເຊັ່ນມື້ທີ່ມີເມກໝອກໜາ ຈົນເຮັດໃຫ້ທ້ອງຟ້າມືດລົງຄືກັບເປັນຕອນກາງຄືນ, ມື້ທີ່ມີພາຍຸແຮງ ເປັນຕົ້ນ.
- ຜະລິດຈາກວັດສະດຸທີ່ກັນແດດກັນຝົນໂດຍສະເພາະ (ໄຟໂຊລ້າ ຕ້ອງໃຫ້ຕາກແດດ ຫຼາຍເທົ່າໃດແຮງດີ).
- ບໍ່ຕ້ອງຕໍ່ສາຍໄຟ (ປະຢັດຄ່າສາຍໄຟ ແລະ ຄ່າແລ່ນສາຍໄຟ ທີ່ອາດຕ້ອງໄດ້ເຈາະຝາເຮືອນ).
- ຕິດຕັ້ງງ່າຍ ພຽງແຕ່ຈັບນັອດໃສ່ບ່ອນທີ່ຕ້ອງການແລ້ວພ້ອມໃຊ້ໄດ້ເລີຍ.
- ເມີດຫ່ວງເລື້ອງໄຟຟ້າຊັອດ. ໂຄມໄຟໂຊລ້າສ່ວນຫຼາຍມີແຮງດັນໄຟຟ້າຕໍ່າ (ພຽງແຕ່ 3.4V - 24V ແລະ ອໍາແປຕໍ່າ ພ້ອມທັງເປັນລະບົບ DC) ບໍ່ເປັນອັນຕະລາຍຕໍ່ໍການຖືກໄຟຊັອດຈົນເຖີງແກ່ຊີວິດ ທຽບໃສ່ໄຟຟ້າເຮືອນ ເຊິ່ງມີຄວາມດັນໄຟຟ້າເຖີງ 240V.
- ໄຟໂຊລ້າທັງໝົດຂອງ
ເຮົາມີການຮັບປະກັນທຸກອັນ.
- ໄຟໂຊລ້າທັງໝົດຂອງ
ເຮົາມີອາຍຸການນຳໃຊ້ງານຫຼາຍປີ. ຖ່ານເກັບໄຟ (Battery)ຂອງເຮົາສ່ວນຫຼາຍ ແມ່ນມີອາຍຸການໃຊ້ງານ ຕັ້ງແຕ່ 3ປີ ຈົນຮອດ 10ປີ ຫຼື ຫຼາຍກວ່າ ຂື້ນກັບການໃຊ້ງານ, ແຜງໂຊລ້າມີອາຍຸການໃຊ້ງານ ຕັ້ງແຕ່ 25 ປີຂື້ນໄປ ຕົວຢ່າງເຊັ່ນ: ໄຟຖະໜົນໂຊລ້າ.
ຂໍ້ແນະນໍາໃນການຕິດຕັ້ງ:
- ຄວນຕິດຕັ້ງໄຟໂຊລ້າຈຸດທີ່ສາມາດເຮັດໃຫ້ໄຟໂຊລ້າຖືກແດດສ່ອງໃສ່ໄດ້ຕະຫຼອດເວລາ
- ຈຸດທີ່ຕ້ອງການຕິດຕ້້ງຕ້ອງເປັນບ່ອນທີ່ບໍ່ມີ່ສິ່ງໃດບັງແດດ ຄວນຫຼີກລ້ຽງຈຸດທີ່ຢູ່ໃຕ້ຮົ່ມຕົ້ນໄມ້, ງ່າໄມ້, ເສົາໄຟ, ປ້າຍໂຄສະນາ, ເຮືອນຢູ່ອາໃສ ແລະ ອື່ນໆ.
- ຫຼີກລ້ຽງຈຸດທີ່ມີແສງຈາກດອກໄຟອັນອື່ນ ສ່ອງໃສ່ແຜງໂຊລ້າຕອນກາງຄືນ ຖ້າແຈ້ງເກີນໄປອາດຈະເຮັດໃຫ້ໄຟໂຊລ້າບໍ່ເປີດຂຶ້ນໄດ້.